ການບໍລິການຂອງພວກເຮົາ

ການບໍລິການລົງທະບຽນຜະລິດຕະພັນ
ພວກເຮົາເປັນບໍລິສັດທີ່ໃຫ້ການບໍລິການລົງທະບຽນຜະລິດຕະພັນຢາ, ອາຫານເສີມ ແລະ ເຄື່ອງສຳອາງ ເຊິ່ງສາມາດຮັບປະກັນ ໃນຂະບວນການລົງທະບຽນ ໄດ້ປະຕິບັດຖືກຕ້ອງຕາມຂໍ້ກໍານົດກົດລະບຽບ ຂອງກະຊວງສາທາລະນະສຸກທຸກຂັ້ນຕອນ.

ການບໍລິການດ້ານກິດຈະກຳການຂາຍ
ການບໍລິການດ້ານກິດຈະກຳການຂາຍຂອງພວກເຮົາ ໄດ້ສຸມໃສ່ການເພີ່ມປະສິດທິພາບໃນຂະບວນການຂາຍ ແລະ ເພີ່ມການເຂົ້າເຖິງຕະຫຼາດ ດ້ວຍການໃຫ້ບໍລິການແບບ 4 PL ທີ່ສາມາດສະໜອງຄວາມຕ້ອງການຂອງຖານລູກຄ້າທົ່ວປະເທດໄດ້ ຕັ້ງແຕ່ການຈັດຫາສິນຄ້າ ຈົນເຖິງການສ່ົ່ງມອບສິນຄ້າເຖິງຜູ້ບໍລິໂພກ. ນອກຈາກນີ້, ພວກເຮົາຍັງມີລະບົບ ການຮັບຄຳສັ່ງຊື້ແບບ 15/9 PL ທີ່ຈະອຳນວຍຄວາມສະດວກໃຫ້ກັບລູກຄ້າ

ການບໍລິການ ແບບ 4 PL ແລະ ການບໍລິການດ້ານການຕະຫຼາດ
ດ້ວຍປະສົບການ ການບໍລິການທີ່ເປັນມືອາຊີບ ພວກເຮົາເປັນຜູ້ນໍາເຂົ້າ ແລະ ຈັດຈຳໜ່າຍທີ່ໃຫ້ການບໍລິການຄົບວົງຈອນແບບ 4PL ທີ່ໃຫ້ບໍລິການຈາກຜູ້ຜະລິດຕົ້ນທາງສູ່ລູກຄ້າປາຍທາງ
-
- ການບໍລິການກິດຈະກຳດ້ານການຂາຍ: ພວກເຮົາມີທີມຂາຍທີ່ໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ, ຮູ້ຈັກລູກຄ້າ ແລະ ຕະຫຼາດເປັນຢ່າງດີ ທີ່ພ້ອມນຳສະເໜີເອົາຜະລິດຕະພັນຂອງທ່ານໃຫ້ກັບຕະຫຼາດ ແລະ ກຸ່ມລູກຄ້າຂອງພວກເຮົາ
- ການບໍລິການດ້ານການຕະຫຼາດ: ພວກເຮົາເປັນຄູ່ຮ່ວມທຸລະກິດ ທີ່ເຕັມໄປດ້ວຍປະສົບການໃນດ້ານການຕະຫຼາດ ທີ່ຈະພັດທະນາແຜນການຕະຫຼາດ ແລະ ຈັດກິດຈະກຳສົ່ງເສີມການຂາຍ
ຮ່ວມງານກັບພວກເຮົາ
ມາເປັນພາກສ່ວນໜຶ່ງຂອງທີມພວກເຮົາ ແລະ ເຕີບໂຕໄປພ້ອມກັນ.