ຄວາມເປັນມາຂອງບໍລິສັດ
ບໍລິສັດ ເຄເອັສດີ ການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເລີ່ມຕົ້ນຈາກການເປັນຮ້ານຂາຍຢາແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ໃນປີ 1981 ເນື່ອງຈາກຈຳນວນລູກຄ້າຮ້ານຂາຍຢາທີ່ເພີ່ມຂຶ້ນ ກວມເອົາທຸກແຂວງໃນຂອບເຂດທົ່ວປະເທດ ຈຶ່ງເກີດມີທຸລະກິດຂາຍສົ່ງໃນນາມ ບໍລິສັດ D&K ການຢາ ໃນປີ 2010.
ພາຍຫຼັງດຳເນີນທຸລະກິດມາໄດ້ 10 ປີ ຜູ້ບໍລິຫານຮຸ່ນທີ 2 ໄດ້ເຫັນເຖິງໂອກາດໃນການຂະຫຍາຍຕະຫຼາດ ໃຫ້ກັບຄູ່ຄ້າທັງພາຍໃນ ແລະ ຕ່າງປະເທດ ຈຶ່ງໄດ້ພັດທະນາມາເປັນ ບໍລິສັດ ເຄເອັສດີ ການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ທີ່ເປັນຕົວແທນ ແລະ ຈັດຈຳໜ່າຍຜະລິດຕະພັນດ້ານສຸຂະພາບ, ຢາ ແລະ ເຄື່ອງມືການແພດໃນ ສປປ ລາວ.
ພາບລວມຂອງບໍລິສັດ
ບໍລິສັດ ເຄເອັສດີ ການຢາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຫຼື KSD Pharma Export-Import sole Co.,Ltd ບໍລິສັດນໍາເຂົ້າ, ເປັນຕົວແທນ ແລະ ຜູ້ຈັດຈຳໜ່າຍ ສິນຄ້າດ້ານສຸຂະພາບທີ່ຫຼາກຫຼາຍ ດ້ວຍປະສົບການຫຼາຍກວ່າ 20 ປີ.
ໄລຍະທີ່ຜ່ານມາ ພວກເຮົາສາມາດຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງຕະຫຼາດພາຍໃນ ໃນປະເພດຢາປົວພະຍາດ, ຢາພື້ນເມືອງ, ອາຫານເສີມ, ເຄື່ອງສໍາອາງ, ອຸປະກອນທາງການແພດ ແລະ ສິນຄ້າ ອຸປະໂພກ/ບໍລິໂພກ ທີ່ກ່ຽວກັບສຸຂະພາບ.
ປັດຈຸບັນ, ບໍລິສັດໄດ້ສຸມໃສ່ໃນການນໍາເຂົ້າ ແລະ ຈັດຈໍາໜ່າຍສິນຄ້າ ທີ່ເປັນຕົວແທນຈຳໜ່າຍ ໂດຍມີເປົ້າໝາຍທີ່ຈະເປັນຜູ້ນຳໃນການຈັດຈຳໜ່າຍຢາ ແລະ ຜະລິດຕະພັນດ້ານສຸຂະພາບ ພ້ອມກັບການສ້າງຜະລິດຕະພັນຂອງບໍລິສັດ ທີ່ສົ່ງເສີມການນໍາໃຊ້ຜະລິດຕະພັນ ແລະ ວັດຖຸດິບພາຍໃນປະເທດ ທີ່ໄດ້ມາດຕະຖານສາກົນ ໃຫ້ເປັນທີ່ຈົດຈໍາ ແລະ ເປັນທີ່ຍອມຮັບຂອງຕະຫຼາດລາວຫຼາຍຂຶ້ນ. ນອກນັ້ນ, ການພັດທະນາທຸລະກິດຂອງບໍລິສັດ ຍັງໄດ້ເລັງໃສ່ຮູບແບບການສ້າງຕົວແທນຈໍາໜ່າຍ ຄຽງຄູ່ກັບການຈັດຈໍາໜ່າຍ ໃຫ້ກັບກຸ່ມລູກຄ້າຫຼັກໃນຂອບເຂດທົ່ວປະເທດເປັນຕັ້ນແມ່ນ ຮ້ານຂາຍຢາ, ຄຣີນິກ, ໂຮງໝໍ, ອົງການຈັດຕັ້ງສາກົນ, ບໍລິສັດເອກະຊົນ ພາຍໃນ, ຮ້ານສະດວກຊື້ ແລະ ຫ້າງສັບພະສິນຄ້າ.

ວິໄສທັດ & ພັນທະກິດ
ວິໄສທັດ & ພັນທະກິດ
ວິໄສທັດ
ເຮັດໃຫ້ຄົນລາວເຂົ້າເຖິງສິນຄ້າສຸຂະພາບທີ່ມີຄຸນນະພາບ ເປັນທີ່ເຊື່ອໝັ້ນໃນການຂະຫຍາຍຕະຫຼາດຂອງຄູ່ຄ້າທັງພາຍໃນ ແລະ ສາກົນ
ວິໄສທັດ & ພັນທະກິດ
ພັນທະກິດ
ເປັນຜູ້ນໍາໃນການກະຈາຍ ແລະ ຈັດຈໍາໜ່າຍສິນຄ້າດ້ານສຸຂະພາບ ພ້ອມທັງໃຫ້ບໍລິການດ້ວຍຄວາມເປັນມືອາຊີບ
“
ບົນພື້ນຖານແນວຄວາມຄິດທີ່ວ່າ “Think Globally, Act Locally” ຂ້າພະເຈົ້າມີເປົ້າໝາຍໃນການຕໍ່ຍອດໂອກາດທາງທຸລະກິດ ແລະ ຂະຫຍາຍແບຣນໄປໃນຫຼາຍໆປະເທດເຊິ່ງຈຳເປັນຢ່າງຍິ່ງຕ້ອງມີກົນລະຍຸດໃນການເຮັດຕະຫຼາດແບບ Local ເພື່ອປັບຕົວໃຫ້ເຂົ້າກັບຜູ້ບໍລິໂພກເພື່ອສາມາດຕອບສະໜອງກັບຄວາມຕ້ອງການທີ່ຫຼາກຫຼາຍ ແລະ ເງື່ອນໄຂທາງການຕະຫຼາດ. ຂ້າພະເຈົ້າເຊື່ອວ່າຄູູ່ຄ້າ ແລະ ຜູ້ບໍລີໂພກຂອງພວກເຮົາຈະໄດ້ຮັບຜົນປະໂຫຍດສູງສຸດ.
ຮ່ວມງານກັບພວກເຮົາ
ມາເປັນພາກສ່ວນໜຶ່ງຂອງທີມພວກເຮົາ ແລະ ເຕີບໂຕໄປພ້ອມກັນ.