ວັນທີ 23 ມີນາ 2024, ທີ່ ໂຮງແຮມ ລາວພລາຊາ – ບໍລິສັດ ເຄເອັສດີ ການຢາ (KSD Pharma) ຈັບມືເຊັນສັນຍາຮ່ວມກັບ NBD Healthcare ປະເທດໄທ ໃນການເປັນຕົວແທນນໍາເຂົ້າ ແລະ ຈັດຈຳໜ່າຍຜະລິດຕະພັນອາຫານເສີມ ແບຣນ VISTRA ໃນ ສປປ ລາວຢ່າງເປັນທາງການພຽງຜູ້ດຽວ. VISTRA ເປັນອາຫານເສີມທີ່ມີຄຸນະພາບຊັ້ນນໍາ ຈາກປະເທດໄທ ເຊິ່ງໄດ້ຮັບລາງວັນ ສຸດຍອດແບລນລະດັບໂລກແຫ່ງປີ “Brand of the Year” ໃນງານປະກາດຜົນ World Branding Awards ປີ 2023-2024 ຈາກເວທີ World Branding Forum ເຊິ່ງເປັນສະຖາບັນລະດັບໂລກ ແລະ ເປັນອົງກອນບໍ່ຫວັງຜົນກໍາໄລ ທີ່ ພະລາດຊະວັງເຄນຊິງຕັນ ເມືອງລອນດອນ ປະເທດອັງກິດ.
ບໍລິສັດ ເຄເອັສດີ ການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແມ່ນບໍລິສັດນໍາເຂົ້າ, ເປັນຕົວແທນ ແລະ ຈັດຈຳໜ່າຍ ສິນຄ້າດ້ານສຸຂະພາບທີ່ມີຄວາມຫຼາກຫຼາຍ ທີ່ມີປະສົບຫຼາຍກວ່າ 20 ປິ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ. ນອກນັ້ນ, ການພັດທະນາທຸລະກິດຂອງບໍລິສັດ ຍັງໄດ້ເລັງໃສ່ຮູບແບບການສ້າງຕົວແທນຈໍາໜ່າຍ ຄຽງຄູ່ກັບການຈັດຈໍາໜ່າຍໃຫ້ກັບກຸ່ມລູກຄ້າຫຼັກໃນຂອບເຂດທົ່ວປະເທດ ເຊັ່ນ: ຮ້ານຂາຍຢາ, ຄຣີນິກ, ໂຮງໝໍ, ອົງການຈັດຕັ້ງສາກົນ, ບໍລິສັດເອກະຊົນ ພາຍໃນ, ຮ້ານສະດວກຊື້ ແລະ ຫ້າງສັບພະສິນຄ້າ ເປັນຕົ້ນ.
ສໍາລັບການຮ່ວມມືຂອງສອງບໍລິສັດໃນຄັ້ງນີ້, ຈະຊ່ວຍບັນດາຫົວໜ່ວຍທຸລະກິດກ່ຽວກັບສຸຂະພາບ ແລະ ຄວາມງາມໄດ້ເຂົ້າເຖິງສິນຄ້າທີ່ມີຄຸນນະພາບໄດ້ງ່າຍ ແລະ ຫລາກຫລາຍກວ່າເກົ່າຜ່ານຂະບວນການນໍາເຂົ້າ ແລະ ຈັດສົ່ງທີ່ແບບມືອາຊີບຂອງທີມງານ ບໍລິສັດ KSD ການຢາ. ນອກຈາກນັ້ນ, ຍັງເປັນການເພີ່ມຄວາມຫມັ້ນ ໃຈໃຫ້ຜູ້ບໍລິໂພກ ໃນການເລືອກຊື້ຜະລິດຕະພັນດູແລສຸຂະພາບ ແລະ ຄວາມງາມ ໃນປະເທດລາວ ເນື່ອງຈາກທັງສອງບໍລິສັດມີອຸດົມການ ແລະ ຄວາມມຸ່ງຫນັ້ນດຽວກັນກໍຄື ການສົ່ງມອບສຸຂະພາບທີ່ດີ ໄປສູ່ຜູ້ບໍລິໂພກ ໂດຍການຈັດຫາຜະລິດຕະພັນທີ່ຜ່ານການພັດທະນານະວັດຕະກໍາຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ໄດ້ຜະລິດຕະພັນທີ່ມີຄຸນນະພາບສູງ ມີປະສິດຕິພາບ ແລະ ຄວາມປອດໄພສູງສຸດ.
ສຳລັບສິນຄ້າ VISTRA ທີ່ເປີດໂຕຢ່າງເປັນທາງການໃນ ສປປ ລາວ ລວມມີທັງ 7 ຜະລິດຕະພັນເຊັ່ນ:
VISTRA BIO VITAMIN C 1000 MG
VISTRA ODORLESS FISH OIL 1000 MG
VISTRA ACEROLA CHERRY 1000 MG
VISTRA ZINC 15 MG
VISTRA B COMPLEX PLUS MINERALS
VISTRA ASTAXANTHIN 6 MG PLUS VITAMIN E
VISTRA GLUTA COMPLEX 800 PLUS RICE EXTRACT,
ສຳລັບຜະລິດຕະພັນອາຫານເສີມຂອງ VISTRA ແມ່ນສາມາດຫາຊື້ໄດ້ຕາມຮ້ານຂາຍຢາໃສສະອາດ ແລະ ອີກຫຼາຍຫລາຍຕົວແທນຈຳໜ່າຍໃນນະຄອນຫຼວງວຽງຈັນ.