ວັນທີ 07 ສິງຫາ 2025, ນະຄອນຫຼວງວຽງຈັນ – ເຄເອສດີ ການຢາ (KSD Pharma) ໄດ້ການມອບການຊ່ວຍເຫຼືອສຸກເສີນແກ່ພີ່ນ້ອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນພາກເໜືອຂອງລາວ.

ການຊ່ວຍເຫຼືອຄັ້ງນີ້ມີຈຸດປະສົງເພື່ອບັນເທົາຄວາມເດືອດຮ້ອນ ແລະ ຊ່ວຍເຫຼືອດ້ານສຸຂະພາບແກ່ຜູ້ປະສົບໄພໃນຊ່ວງເວລາທີ່ຍາກລຳບາກ. ການຊ່ວຍເຫຼືອປະກອບດ້ວຍຢາປົວພະຍາດ ແລະ ເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນ ເພື່ອຮັບປະກັນວ່າຜູ້ທີ່ໄດ້ຮັບຜົນກະທົບຈະມີສິ່ງຈຳເປັນພື້ນຖານເພື່ອດຳລົງຊີວິດ. ພື້ນທີ່ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ແມ່ນແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ ແລະ ແຂວງວຽງຈັນ.

ຜູ້ຕາງໜ້າຈາກບໍລິສັດ ເຄເອສດີ ການຢາ ໄດ້ກ່າວວ່າ: “ພວກເຮົາຂໍເປັນສ່ວນໜຶ່ງໃນການໃຫ້ກຳລັງໃຈ ແລະ ຢືນຄຽງຂ້າງກັບພີ່ນ້ອງປະຊາຊົນທີ່ກຳລັງປະສົບກັບຄວາມຍາກລຳບາກ. ພວກເຮົາຫວັງວ່າການຊ່ວຍເຫຼືອຄັ້ງນີ້ຈະສາມາດບັນເທົາຄວາມເດືອດຮ້ອນ ແລະ ຊ່ວຍໃຫ້ທຸກຄົນຜ່ານພົ້ນວິກິດນີ້ໄປໄດ້ໂດຍໄວ.”

ໃນຖານະທີ່ເປັນຜູ້ນຳເຂົ້າ ແລະ ຈັດຈຳໜ່າຍຜະລິດຕະພັນດ້ານສຸຂະພາບ ແລະ ຄວາມງາມຊັ້ນນຳໃນ ສປປ ລາວ, ເຄເອສດີ ການຢາ ມຸ່ງໝັ້ນທີ່ຈະເປັນຄູ່ຮ່ວມທຸລະກິດທີ່ເຊື່ອຖືໄດ້ ແລະ ສືບຕໍ່ປະກອບສ່ວນສ້າງຄຸນນະພາບຊີວິດທີ່ດີຂຶ້ນໃຫ້ແກ່ສັງຄົມ.

ສອບຖາມຂໍ້ມູນເພີ່ມຕື່ມ:

  • ໂທລະສັບ: 021 226 363
  • ເວັບໄຊ: www.ksd.la
  • ອີເມວ: info@ksd.la