ບໍລິສັດ ເຄເອັສດີ ການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ເລີ່ມຕົ້ນຈາກການເປັນຮ້ານຂາຍຢາແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ໃນປີ 1981 ເນື່ອງຈາກຈຳນວນລູກຄ້າຮ້ານຂາຍຢາທີ່ເພີ່ມຂຶ້ນ ກວມເອົາທຸກແຂວງໃນຂອບເຂດທົ່ວປະເທດ ຈຶ່ງເກີດມີທຸລະກິດຂາຍສົ່ງໃນນາມ ບໍລິສັດ D&K ການຢາ ໃນປີ 2010.
ການບໍລິການຂອງພວກເຮົາ

ການບໍລິການລົງທະບຽນຜະລິດຕະພັນ
ພວກເຮົາເປັນບໍລິສັດທີ່ໃຫ້ການບໍລິການລົງທະບຽນຜະລິດຕະພັນຢາ, ອາຫານເສີມ ແລະ ເຄື່ອງສຳອາງ ເຊິ່ງສາມາດຮັບປະກັນ ໃນຂະບວນການລົງທະບຽນ ໄດ້ປະຕິບັດຖືກຕ້ອງຕາມຂໍ້ກໍານົດກົດລະບຽບ ຂອງກະຊວງສາທາລະນະສຸກທຸກຂັ້ນຕອນ.

ການບໍລິການດ້ານກິດຈະກຳການຂາຍ
ການບໍລິການດ້ານກິດຈະກຳການຂາຍຂອງພວກເຮົາ ໄດ້ສຸມໃສ່ການເພີ່ມປະສິດທິພາບໃນຂະບວນການຂາຍ ແລະ ເພີ່ມການເຂົ້າເຖິງຕະຫຼາດ ດ້ວຍການໃຫ້ບໍລິການແບບ 4 PL ທີ່ສາມາດສະໜອງຄວາມຕ້ອງການຂອງຖານລູກຄ້າທົ່ວປະເທດໄດ້ ຕັ້ງແຕ່ການຈັດຫາສິນຄ້າ ຈົນເຖິງການສ່ົ່ງມອບສິນຄ້າເຖິງຜູ້ບໍລິໂພກ. ນອກຈາກນີ້, ພວກເຮົາຍັງມີລະບົບ ການຮັບຄຳສັ່ງຊື້ແບບ 15/9 PL ທີ່ຈະອຳນວຍຄວາມສະດວກໃຫ້ກັບລູກຄ້າ

ການບໍລິການ ແບບ 4 PL ແລະ ການບໍລິການດ້ານການຕະຫຼາດ
ດ້ວຍປະສົບການ ການບໍລິການທີ່ເປັນມືອາຊີບ ພວກເຮົາເປັນຜູ້ນໍາເຂົ້າ ແລະ ຈັດຈຳໜ່າຍທີ່ໃຫ້ການບໍລິການຄົບວົງຈອນແບບ 4PL ທີ່ໃຫ້ບໍລິການຈາກຜູ້ຜະລິດຕົ້ນທາງສູ່ລູກຄ້າປາຍທາງ
-
- ການບໍລິການກິດຈະກຳດ້ານການຂາຍ: ພວກເຮົາມີທີມຂາຍທີ່ໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ, ຮູ້ຈັກລູກຄ້າ ແລະ ຕະຫຼາດເປັນຢ່າງດີ ທີ່ພ້ອມນຳສະເໜີເອົາຜະລິດຕະພັນຂອງທ່ານໃຫ້ກັບຕະຫຼາດ ແລະ ກຸ່ມລູກຄ້າຂອງພວກເຮົາ
- ການບໍລິການດ້ານການຕະຫຼາດ: ພວກເຮົາເປັນຄູ່ຮ່ວມທຸລະກິດ ທີ່ເຕັມໄປດ້ວຍປະສົບການໃນດ້ານການຕະຫຼາດ ທີ່ຈະພັດທະນາແຜນການຕະຫຼາດ ແລະ ຈັດກິດຈະກຳສົ່ງເສີມການຂາຍ
ຄູ່ຮ່ວມມື
ອຸປະກອນ ແລະ ເຄື່ອງມືການແພດ










ກຸ່ມຜະລິດຕະພັນເຄື່ອງສຳອາງ, ກຸ່ມຜະລິດຕະພັນອາຫານເສີມ ແລະ ໂພຊະນາການ
















ກຸ່ມບໍລິສັດຢາ



















ເຄເອສດີ ການຢາ ມອບການເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ 13,000,000 ກີບ

KSD ການຢາ ເຊັນສັນຍາຮ່ວມມື NBD Healthcare ເປັນຕົວແທນຈໍາຫນ່າຍ ອາຫານເສີມ VISTRA ໃນ ສປປ ລາວ ພຽງຜູ້ດຽວ
ຮ່ວມງານກັບພວກເຮົາ
ມາເປັນພາກສ່ວນໜຶ່ງຂອງທີມພວກເຮົາ ແລະ ເຕີບໂຕໄປພ້ອມກັນ.